ການປະກວດ ນາງສາວທ່ອງທ່ຽວລາວ 2026
ເວທີການປະກວດ Miss Tourism Laos – ນາງສາວທ່ອງທ່ຽວລາວ ຖືກສ້າງຂຶ້ນຈາກຄວາມມຸ່ງໝັ້ນທີ່ຈະນຳໃຊ້ພະລັງຂອງ “ນາງງາມ” ເປັນສື່ກາງໃນການຖ່າຍທອດຄວາມງົດງາມຂອງປະເທດລາວໃຫ້ຜູ້ຄົນໄດ້ຮູ້ຈັກໃນຫຼາຍມິຕິທີ່ເລິກເຊິ່ງຍິ່ງຂຶ້ນ ທັງດ້ານທຳມະຊາດ, ວັດທະນະທຳ, ຮີດຄອງປະເພນີ, ວິຖີຊີວິດ, ອາຫານ, ພາສາ ແລະ ເອກະລັກອັນໂດດເດັ່ນຂອງຜູ້ຄົນໃນແຕ່ລະທ້ອງຖິ່ນ. ພວກເຮົາບໍ່ໄດ້ຄົ້ນຫາພຽງແຕ່ຍິງສາວທີ່ມີຄວາມງາມພາຍນອກ ແຕ່ພວກເຮົາກຳລັງຄົ້ນຫາຍິງສາວລາວລຸ້ນໃໝ່ທີ່ມີຄວາມສາມາດ, ມີແນວຄິດ, ມີຄວາມຮັບຜິດຊອບ ແລະ ພ້ອມເຮັດໜ້າທີ່ເປັນຕົວແທນຂອງປະເທດ ໃນການບອກເລົ່າເລື່ອງລາວຂອງສປປ ລາວຢ່າງສະຫງ່າງາມ ເພື່ອໃຫ້ທຸກການປາກົດຕົວຂອງນາງສາມາດສ້າງແຮງບັນດານໃຈ, ສ້າງຄວາມພາກພູມໃຈ ແລະ ເຊີນຊວນໃຫ້ຜູ້ຄົນຈາກທົ່ວໂລກຢາກເດີນທາງມາສຳຜັດສະເໜ່ຂອງປະເທດລາວດ້ວຍຕົນເອງ.
Miss Tourism Laos ບໍ່ແມ່ນພຽງແຕ່ເວທີການແຂ່ງຂັນເພື່ອຄົ້ນຫາຜູ້ຄອງມົງກຸດ ແຕ່ເປັນແພລດຟອມແຫ່ງໂອກາດ ທີ່ເປີດພື້ນທີ່ໃຫ້ແກ່ຜູ້ເຂົ້າປະກວດ, ນັກອອກແບບ, ຊ່າງແຕ່ງໜ້າ, ຊ່າງເຮັດຜົມ, ຊ່າງພາບ, ສິລະປິນ, ຜູ້ຜະລິດສື່, ຜູ້ປະກອບການ, ຊຸມຊົນ ແລະ ພາກທຸລະກິດ ໄດ້ເຂົ້າມາຮ່ວມສ້າງສັນຜົນງານ ແລະ ເຕີບໂຕໄປພ້ອມກັນ. ທຸກກິດຈະກຳຂອງການປະກວດ ບໍ່ພຽງແຕ່ສ້າງສີສັນ ແລະ ຄວາມປະທັບໃຈ ແຕ່ຍັງຊ່ວຍປະຊາສຳພັນສະຖານທີ່ທ່ອງທ່ຽວ, ຜະລິດຕະພັນທ້ອງຖິ່ນ, ທຸລະກິດບໍລິການ ແລະ ເອກະລັກຂອງແຕ່ລະແຂວງໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງຫຼາຍຂຶ້ນ ພ້ອມທັງສ້າງວຽກ, ສ້າງລາຍໄດ້ ແລະ ສົ່ງເສີມການໝູນວຽນທາງເສດຖະກິດໃຫ້ແກ່ຜູ້ທີ່ມີສ່ວນຮ່ວມ. ເພາະພວກເຮົາເຊື່ອວ່າ ເວທີນາງງາມທີ່ມີຄຸນຄ່າ ບໍ່ຄວນສ້າງພຽງແຕ່ຊື່ສຽງໃຫ້ແກ່ຜູ້ຊະນະ ແຕ່ຕ້ອງສາມາດສ້າງປະໂຫຍດໃຫ້ແກ່ສັງຄົມ, ອຸດສາຫະກຳການທ່ອງທ່ຽວ ແລະ ປະເທດຊາດໄດ້ຢ່າງເປັນຮູບປະທຳ.
ສິ່ງສຳຄັນທີ່ເຮັດໃຫ້ Miss Tourism Laos ມີເອກະລັກ ແລະ ແຕກຕ່າງຈາກເວທີອື່ນ ແມ່ນການສ້າງສັນແນວຄິດການປະກວດໃໝ່ໃນທຸກໆປີ ເພື່ອຖ່າຍທອດຄວາມງົດງາມຂອງປະເທດລາວໃນມຸມມອງທີ່ບໍ່ຊ້ຳເດີມ ແລະ ເຮັດໃຫ້ການປະກວດໃນແຕ່ລະປີມີເລື່ອງລາວ, ມີຕົວຕົນ ແລະ ມີພາບຈື່ຈຳທີ່ເປັນຂອງຕົນເອງ. ສຳລັບປີນີ້ ການປະກວດຖືກນຳສະເໜີພາຍໃຕ້ແນວຄິດ “ແກ້ວມະນີແຫ່ງແມ່ນ້ຳຂອງ” ເຊິ່ງປຽບຍິງສາວແຕ່ລະຄົນດັ່ງແກ້ວມະນີອັນລ້ຳຄ່າ ທີ່ຖືກຫຼໍ່ຫຼອມຈາກຜືນແຜ່ນດິນ, ວັດທະນະທຳ ແລະ ສາຍນ້ຳແຫ່ງຊີວິດ. ນາງຈະບໍ່ພຽງແຕ່ຂຶ້ນເວທີເພື່ອແຂ່ງຂັນ ຫຼື ຄອບຄອງມົງກຸດ ແຕ່ຈະເປັນຕົວແທນແຫ່ງຄວາມງົດງາມ, ຄວາມເຂັ້ມແຂງ ແລະ ຄຸນຄ່າຂອງຍິງລາວ ທີ່ພ້ອມເປັ່ງປະກາຍ ແລະ ນຳພາເລື່ອງລາວຂອງປະເທດລາວອອກສູ່ສາຍຕາຂອງໂລກ.
The Miss Tourism Laos pageant was created with the commitment to use the power of “beauty” as a medium to convey the beauty of Laos to people in many deeper dimensions, including nature, culture, traditions, lifestyle, food, language and the distinctive identity of each local people. We are not only looking for girls with external beauty, but we are looking for a new generation of Lao girls who are capable, thoughtful, responsible and ready to represent the country in telling the story of the Lao PDR in a dignified way so that every appearance can inspire, create pride and invite people from all over the world to travel and experience the charm of Laos for themselves.
Miss Tourism Laos is not just a competition to find the winner, but a platform of opportunity that opens up a space for contestants, designers, makeup artists, hair stylists, photographers, artists, media producers, entrepreneurs, communities and businesses to come together to create and grow together. All the activities of the competition not only create color and excitement, but also help publicize tourist attractions, local products, service businesses and the identity of each province to be more widely known, as well as create jobs, generate income and promote economic turnover for those involved. Because we believe that a valuable beauty pageant should not only create fame for the winner, but must be able to create tangible benefits for society, the tourism industry and the nation.
What makes Miss Tourism Laos unique and different from other platforms is the creation of a new pageant concept every year to convey the beauty of Laos in a unique perspective and to make each pageant have its own story, identity and memory. This year, the pageant is presented under the concept of “Mekong Gems”, which compares each girl to a precious gem, sculpted from the land, culture and the river of life. She will not only take to the stage to compete or take the crown, but will represent the beauty, strength and values of Lao women, ready to shine and bring the Lao story to the world.
#ມາເປັນຄອບຄົວນາງສາວທ່ອງທ່ຽວລາວດຽວກັນ
Contact Us
Licensee: LINDA PHONPHILA
dmodeling9@gmail.com
Talent Appearance: LINDA PHONPHILA
dmodeling9@gmail.com
Sponsor & Brand Partnership: LINDA PHONPHILA
dmodeling9@gmail.com
TEL : +856 020 58 226 465