Skip to content

VIENTIANE CAPITAL LAOS

Laos

          Vientiane Capital ນະຄອນຫຼວງວຽງຈັນ ເປັນສູນກາງຂອງປະເທດລາວ ທີ່ປະສົມປະສານສະເໜ່ແຫ່ງປະຫວັດສາດເຂົ້າກັບພັດທະນາການທີ່ກຳລັງເຕີບໂຕຢ່າງໝັ້ນຄົງ ໃນຖານະເມືອງຫຼວງແລະສູນກາງການບໍລິຫານຂອງຊາດ ວຽງຈັນມີບົດບາດສຳຄັນໃນການຂັບເຄື່ອນຄວາມກ້າວໜ້າຂອງປະເທດ ຄວບຄູ່ໄປກັບການອານຸລັກມໍລະດົກທາງວັດທະນາທຳອັນເລິກຊຶ້ງ

          ເມືອງນີ້ຕັ້ງຢູ່ແຄມແມ່ນ້ຳຂອງ ໂດດເດັ່ນດ້ວຍບັນຍາກາດທີ່ງຽບສະຫງົບ ວັດວາອາຮາມທີ່ງົດງາມ ແລະ ສະຖາປັດຕະຍະກຳທີ່ປະສົມປະສານລະຫວ່າງຍຸກລ້າອານານິຄົມຂອງຝຣັ່ງກັບເອກະລັກຂອງລາວຢ່າງກົມກືນ

          ໃນປັດຈຸບັນ ວຽງຈັນກຳລັງກ້າວຂຶ້ນມາເປັນສູນກາງຂອງການທ່ອງທ່ຽວ ການຄ້າ ແລະການເຊື່ອມໂຍງຂ້າມພົມແດນກັບປະເທດເພື່ອນບ້ານພ້ອມກັບການເຕີບໂຕຂອງທຸລະກິດຂະໜາດຍ່ອມ ການສຶກສາ ແລະຄວາມຮ່ວມມືໃນລະດັບພູມິພາກ ດ້ວຍຄວາມສົມດຸນລະຫວ່າງຄວາມເປັນດັ້ງເດີມກັບຄວາມທັນສະໄໝ ວຽງຈັນຈຶ່ງສະທ້ອນຖຶງຈິດວິນຍານທີ່ອ່ອນໂຍນແຕ່ມຸ່ງມັ້ນຂອງລາວ ແລະປຽບດ້ວຍສັກກາຍະພາບໃນການເຕີບໂຕຢ່າງຢັ້ງຢືນໃນອະນາຄົດ

RESORT : LAOS

Laos : Dansavanh Nam Ngum Resort

          ແດນສະຫວັນ ນ້ຳງື່ມ ຣີສອດ ຕັ້ງຢູ່ແຄມທະເລສາບນ້ຳງື່ມ ແຂວງວຽງຈັນ ເປັນຣີສອດທີ່ອ້ອມໄປດ້ວຍທຳມະຊາດ ໃຫ້ບັນຍາກາດງຽບສະຫງົບ ເໝາະສຳລັບການພັກຜ່ອນຢ່າງແທ້ຈິງ ຫ້ອງພັກຕົບແຕ່ງຢ່າງລຽບງ່າຍແຕ່ທັນສະໄໝ ພ້ອມສິ່ງອຳນວຍຄວາມສະດວກຄົບເຄື່ອງ ຮອງຮັບນັກທ່ອງທ່ຽວທຸກປະເພດ

          ຜູ້ເຂົ້າພັກສາມາດເພິດເພີນກັບກິດຈະກຳຫຼາກຫຼາຍ ອາທິ ລ່ອງເຮືອ ຕຶກເບັດ ຫຼື ຍ່າງເລ່ນແຄມທະເລສາບ ພ້ອມບໍລິການອາຫານທັງອາຫານລາວແບບດັ້ງເດີມແລະອາຫານນາໆຊາດໃນບັນຍາກາດເປັນກັນເອງ ລວມເຖິງບຣາທີ່ໃຫ້ບໍລິການເຄື່ອງດື່ມຫຼາກຫຼາຍຊະນິດ

          ດ້ວຍທຳເລທີ່ໃກ້ແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະບັນຍາກາດແສນຮົ່ມເຢັນ ແດນສະຫວັນ ນ້ຳງື່ມ ຣີສອດ ຈຶ່ງເປັນປາຍທາງທີ່ສົມບູນແບບສຳລັບຜູ້ທີ່ຕ້ອງການສຳຜັດຄວາມສະຫງົບແລະສະເໜ່ຂອງລາວຢ່າງແທ້ຈິງ

Schedule

MISS TOURISM LAOS in LAOS

MISS TOURISM LAOS ACTIVITY

VTR ເປີດໂຕ ຜູ້ເຂົ້າປະກວດ ນາງສາວທ່ອງທ່ຽວລາວ 2025

VTR ເປີດໂຕ ຜູ້ເຂົ້າປະກວດ ນາງສາວທ່ອງທ່ຽວລາວ 2024

ກິດຈະກຳ ນໍາສະເໜີການທ່ອງທ່ຽວ EP.1

ກິດຈະກຳ ນໍາສະເໜີການທ່ອງທ່ຽວ EP.2

ກິດຈະກຳ ນໍາສະເໜີການທ່ອງທ່ຽວ EP.3

ຟ້ອນບັດສະລົບ ນາງສາວທ່ອງທ່ຽວຮ່ວມກັບນງາສາວດອກງີ້ວ 2024

ຄັ້ງທຳອິດໃນແຂວງບໍ່ແກ້ວ ແລະ ຄັ້ງທຳອິດໃນເວທີການປະກວດ ໃນປະເທດລາວ

ຫຼັກເກນໃນການພິຈາລະນາຜູ້ເຂົ້າປະກວດ Miss Tourism Laos

          ເວທີ Miss Tourism Laos ເປັນເວທີທີ່ເປີດໂອກາດໃຫ້ແມ່ຍິງລາວຈາກທຸກແຂວງທົ່ວປະເທດ ໄດ້ສະແດງອອກເຖິງຄວາມສາມາດ ສະເໜ່ແລະ ສັກກາຍະພາບໃນແບບຂອງຕົນເອງ ໂດຍກອງປະກວດຈະພິຈາລະນາຜູ້ເຂົ້າປະກວດຕັ້ງແຕ່ຂັ້ນຕອນການຄັດເລືອກຕົວແທນລະດັບແຂວງ ໄປຈົນເຖິງວັນເກັບໂຕແລະກິດຈະກຳຕ່າງໆ ຈົນເຖິງຮອບ Final Show ເພື່ອເຟັ້ນຫາຜູ້ທີ່ເໝາະສົມທີ່ສຸດສຳລັບຕຳແໜ່ງ Miss Tourism Laos ປະຈຳປີ

          ກອງປະກວດຈະໃຫ້ຄະແນນແລະພິຈາລະນາຈາກອົງປະກອບທີ່ສະທ້ອນໂຕຕົນຂອງແມ່ຍິງລາວຍຸກໃໝ່ ທັງໃນດ້ານ ບຸກຄະລິກະພາບ ຄວາມສາມາດ ທັດສະນະຄະຕິ ແລະຄວາມເປັນຕົວແທນຂອງການທ່ອງທ່ຽວລາວ

          Miss Tourism Laos ຈຶ່ງເປັນເວທີທີ່ເນັ້ນການພັດທະນາ Soft Power ຜ່ານແມ່ຍິງລາວຍຸກໃໝ່ ໂດຍຜູ້ທີ່ໄດ້ຮັບຕຳແໜ່ງຕ້ອງສາມາດເປັນແຮງບັນດານໃຈໃຫ້ກັບເຍົາວະຊົນ ສ້າງພາບລັກທີ່ດີໃຫ້ກັບປະເທດ ແລະມີຄວາມສາມາດໃນການສື່ສານສະເໜ່ຂອງລາວ ໄປຍັງຄົນທົ່ວໂລກ ຜ່ານຮູບແບບກິດຈະກຳທີ່ເຊື່ອມໂຍງທັງວັດທະນາທຳ ທຳມະຊາດ ແລະການທ່ອງທ່ຽວຢ່າງສ້າງສັນ

ເວທີ Miss Tourism Laos ປະກອບໄປດ້ວຍຮູບແບບ Show ທັງໝົດ 5Event ດັ່ງນີ້

1. Welcome Ceremony Press Conference – ພິທີເປີດໂຕແລະຖະແຫຼງຂ່າວຢ່າງເປັນທາງການຂອງເວທີ Miss Tourism Laos ເຊິ່ງຈັດເປັນຄັ້ງທຳອິດທີ່ຕົວແທນສາວງາມຈາກຕ່າງແຂວງຕ່າງໆ ຈະປະກົດຕົວຢ່າງເປັນທາງການຕໍ່ໜ້າສື່ມວນຊົນ ແລະປະຊາຊົນ ເພື່ອແນະນຳຕົວແລະສະແດງສັກກາຍະພາບເບື້ອງຕົ້ນ ພ້ອມເລີ່ມຕົ້ນເສັ້ນທາງການປະກວດຢ່າງເຕັມຮູບແບບ

2. Tourist Activities Competition – ກິດຈະກຳການປະກວດທີ່ເນັ້ນການທ່ອງທ່ຽວເປັນຫົວໃຈຫຼັກ ຜູ້ເຂົ້າປະກວດຈະຮ່ວມເຮັດກິດຈະກຳທ່ອງທ່ຽວໃນແຫຼ່ງສຳຄັນຂອງປະເທດ ເຊັ່ນ ແຫຼ່ງທຳມະຊາດ ຫຼືສະຖານທີ Unseen ພ້ອມການສ້າງສັນເນື້ອຫາ( Content Creation ) ຜ່ານຮູບແບບວິດີໂອ ຮູບພາບ ຫຼື Vlog ເພື່ອສົ່ງເສີມພາບລັກການທ່ອງທ່ຽວຂອງລາວ

3. Cultural Activities Competition – ເວທີທີ່ໃຫ້ຜູ້ເຂົ້າປະກວດໄດ້ສະແດງຄວາມເຂົ້າໃຈແລະພາກພູມໃຈໃນວັດທະນາທຳລາວ ຜ່ານການແຕ່ງກາຍຊຸດປະຈຳທ້ອງຖິ່ນ ການສະແດງ ສິລະປະພື້ນບ້ານ ຫຼືການນຳສະເໜີເອກະລັກວັດທະນາທຳແຂວງບ້ານເກີດ ເປັນຮອບທີ່ເນັ້ນທັງຄວາມງາມ ຄວາມຮູ້ ແລະຄວາມຮັກໃນຄວາມເປັນລາວ

4. Preliminary Competition – ຮອບເກັບຄະແນນກ່ອນເຂົ້າຮອບຊິງຊະນະເລີດ ຜູ້ເຂົ້າປະກວດຈະສະແດງຄວາມສາມາດໃນດ້ານບຸກຄະລິກະພາບ ການຍ່າງໂຊ ແລະການແນະນຳໂຕ ຜ່ານຊຸດທີ່ທາງກອງປະກວດກຳນົດ ເຊັ່ນ ຊຸດສຳຮອງ ຊຸດລາຕີ ແລະຊຸດທ່ອງທ່ຽວໂດຍຈະມີການໃຫ້ຄະແນນຈາກຄະນະກຳມະການຕາມຫຼັກເກນທີ່ກຳນົດ

5. Final Show – ຮອບຊິງຊະນະເລີດຂອງເວທີ Miss Tourism Laos ເປັນການລວມພະລັງການສະແດງແລະຄວາມສາມາດຈາກຜູ້ເຂົ້າປະກວດທຸກຄົນ ໂດຍມີການສະແດງເປີດຕົວ ຊຸດລາຕີ ການກ່າວສຸນທໍລະພົດກ່ຽວກັບການສົ່ງເສີມການທ່ອງທ່ຽວ ແລະຊ້ວງເວລາສຳຄັນກັບການປະກາດຜູ້ຊະນະ ທີ່ຈະະເປັນຕົວແທນສົ່ງເສີມການທ່ອງທ່ຽວລາວໃນລະດັບປະເທດແລະລະດັບນາໆຊາດ

FAQs

1. ຫາກສົນໃຈເຂົ້າຮ່ວມການປະກວດ Miss Tourism Laos ຕັ້ງເລີ່ມຕົ້ນແນວໃດ ?

Answer : ຫາກສົນໃຈສາມາດຕິດຕາມປະກາດຮັບສະໝັກໄດ້ຜ່ານຊ່ອງທາງໂຊຊ້ຽວມີເດຍຂອງກອງປະກວດ ຫຼືສອບຖາມລາຍລະອຽດເພີ່ມເຕີມກັບຜູ້ປະສານງານລະດັບແຂວງທົ່ວປະເທດ ຫຼືສົ່ງ Gmail ເພື່ອສອບຖາມຂໍ້ມູນໄດ້ທີ່ misstourismlaos@gmail.com

2. ຄວນກຽມໂຕແນວໃດກ່ອນເຂົ້າຮ່ວມການປະກວດ Miss Tourism Laos ?

Answer : ຜູ້ເຂົ້າປະກວດຄວນກຽມໂຕໃຫ້ພ້ອມທັງດ້ານບຸກຄະລິກະພາບ ຄວາມຮູ້ເລື່ອງວັດທະນາທຳແລະການທ່ອງທ່ຽວ ລວມເຖິງຄວາມສາມາດໃນການນຳສະເໜີຜ່ານສື່ ເຊັ່ນ Vlog ຫຼືຄຼິບວິດີໂອ ໂດຍຕ້ອງມີຄວາມໝັ້ນໃຈ ກ້າສະແດງອອກ ຮູ້ຈັກພັດທະນາຄາແຣັກເຕີ້ ໃຫ້ຊັດເຈນ ລວມທັງພ້ອມຮ່ວມກິດຈະກຳຕ່າງໆ ທີ່ກ່ຽວຂ້ອງກັບການທ່ອງທ່ຽວ ວັດທະນາທຳ ແລະການປະຊາສຳພັນປະເທດໃນທາງບວກ

3. ມີຂໍ້ຈຳກັດເລື່ອງອາຍຸຫຼືເພດສະພາບໃນການເຂົ້າຮ່ວມການປະກວດຫຼືບໍ່ ?

Answer : ຜູ້ເຂົ້າຮ່ວມການປະກວດ Miss Tourism Laos ຕ້ອງເປັນເພດຍິງໂດຍກຳເນີດ ແລະມີອາຍຸລະຫວ່າງ 16-26ປີສົມບູນ ໃນປີທີ່ສະໝັກເຂົ້າປະກວດ

4. ເວທີ Miss Tourism Laos ແນມຫາແມ່ຍິງແບບໃດ?

Answer : ເວທີ Miss Tourism Laos ແນມຫາແມ່ຍິງທີ່ມີຄວາມງາມແບບລາວ ກ້າສະແດງອອກ ມີຄວາມເຂົ້າໃຈໃນວັດທະນາທຳ ມີທັກສະໃນການສື່ສານ ແລະສາມາດນຳສະເໜີສະເໜ່ຂອງປະເທດລາວຜ່ານແນວທາງຂອງຕົນເອງໄດ້ຢ່າງໜ້າສົນໃຈ ໂດຍສະເພາະ ຜູ້ທີ່ມີໃຈຮັກໃນການທ່ອງທ່ຽວແລະພ້ອມເປັນແຮງບັນດານໃຈໃຫ້ຄົນຮຸ່ນຫຼັງ

5. ເມື່ອເຂົ້າຮ່ວມການປະກວດ Miss Tourism Laos ແລ້ວ ຈະໄດ້ຮັບຫຍັງແດ່ ?

Answer : ນອກຈາກຈະໄດ້ຮັບປະສົບການອັນຊົງຄຸນຄ່າ ຜູ້ເຂົ້າຮ່ວມຍັງຈະໄດ້ພັດທະນາໂຕເອງທາງດ້ານບຸກຄະລິກະພາບ ການສະແດງອອກ ແລະການເຮັດວຽກເປັນທີມ ພ້ອມໂອກາດໃນການເປັນ Brand Ambassador ດ້ານການທ່ອງທ່ຽວ ລວມເຖິງໂອກາດໃນວົງການບັນເທິງ ສື່ແລະອຸດສະຫະກຳສ້າງສັນຕ່າງໆ

6. ຜູ້ຮັບຕຳແໜ່ງ Miss Tourism Laos ຈະໄດ້ເຮັດຫຍັງແດຫຼັງຈາກຈົບການປະກວດ ?

Answer : ຜູ້ຄອງຕຳແໜ່ງ Miss Tourism Laos ຈະເຮັດໜ້າທີ່ເປັນຕົວແທນໃນການປະຊາສຳພັນການທ່ອງທ່ຽວລາວທັງໃນປະເທດແລະລະດັບນາໆຊາດ ເຂົ້າຮ່ວມກິດຈະກຳກັບພາກລັດແລະເອກະຊົນ ເດີນທາງເພື່ອສ້າງ Content ແລະຮ່ວມງານກັບ Sponsor ຫຼັກຕະຫຼອດໄລຍະເວລາ 1ປີ ພ້ອມທັງສົ່ງເສີມພາບລັກທາງບວກຂອງປະເທດລາວທຸກມິຕິ

Contact Us

Licensee: LINDA PHONPHILA

dmodeling9@gmail.com

Talent Appearance: LINDA PHONPHILA

dmodeling9@gmail.com

Sponsor & Brand Partnership: LINDA PHONPHILA

dmodeling9@gmail.com

TEL : +856 020 58 226 465

ASEAN Mall, Kamphengmeuang Rd, Vientiane 01160

ຕິດຕາມນາງສາວທ່ອງທ່ຽວລາວ

ALL RIGHT RESERVED © D MODELING AGENCY AND STAR ACADEMY SOLE CO.,LTD