Miss Tourism Laos — Platform of Culture, Beauty & Opportunity ຄົ້ນຫານາງງາມລາວຜູ້ເປັນແຮງບັນດານໃຈແຫ່ງການທ່ອງທ່ຽວ
ຫາກຈະເວົ້າເຖິງເວທີທີ່ຮ່ວມພະລັງຂອງ “ຄວາມງາມ ຄວາມຄິດສ້າງສັນ ວັດທະນາທຳ ແລະການທ່ອງທ່ຽວ” ໃນແບບທີ່ສະທ້ອນໂຕຕົນຂອງແມ່ຍິງລາວຍຸກໃໝ່ຢ່າງແທ້ຈິງ ຄືຕ້ອງນຶກເຖິງ Miss Tourism Laos -Beauty Pageant Platform ທີ່ເປີດໂອກາດໃຫ້ແມ່ຍິງລາວຈາກທຸກແຂວງທັງ 18 ແຂວງ ໄດ້ສະແດງ ສັກກະຍະພາບ ຢ່າງເຕັມທີ່ ພ້ອມພັກດັນໃຫ້ພວກເຂົາກາຍເປັນຕົວແທນແຫ່ງວັດທະນາທຳລາວສູ່ສາຍຕາຊາວໂລກ
ຕະຫຼອດ 3ປີທີ່ຜ່ານມາ (2023-2025) ເວທີນີ້ໄດ້ສ້າງການປ່ຽນແປງເຊິງບວກໃຫ້ກັບອຸດສະຫະກຳການທ່ອງທ່ຽວ ການພັດທະນາ ເຍົາວະຊົນຍິງ ແລະການຂັບເຄື່ອນເສດຖະກິດທ້ອງຖິ່ນ ຜ່ານການຈັດກິດຈະກຳເຊື່ອມໂຍງການປະກວດເຂົ້າກັບແຫຼ່ງທ່ອງທ່ຽວຕ່າງໆ ຢ່າງມີເອກະລັກທັງໃນຮູບແບບຂອງ Vlog,ຮູບພາບ,ກິດຈະກຳການເດີນທາງຈິງ ແລະ ໃນປີນີ້ ເວທີຈັດຂຶ້ນຢ່າງຍິ່ງໃຫຍ່ທີ່ ນະຄອນຫຼວງວຽງຈັນ ເມືອງຫຼວງຂອງປະເທດລາວ ທີ່ພ້ອມຕ້ອນຮັບຜູ້ເຂົ້າປະກວດຈາກທົ່ວປະເທດ
Miss Tourism Laos is Looking for ‘3C’s: Charm – Culture – Confidence
Miss Tourism Laos ຄືເວທີປະກວດທີ່ສ້າງຂຶ້ນເພື່ອສົ່ງເສີມການທ່ອງທ່ຽວລາວທັງໃນມິຕິຂອງວັດທະນາທຳ ທຳມະຊາດ ແລະຄວາມ Unseen ທີ່ໜ້າຫຼົງໄຫຼ ພ້ອມກັບການເປີດພື່ນທີ່ ໃຫ້ແມ່ຍິງລາວໄດ້ສະແດງອອກເຖິງສະເໜ່ຄວາມຮັກໃນບ້ານເກີດ ຄວາມໝັ້ນໃຈ ແລະຄວາມສາມາດໃນແບບຂອງໂຕເອງ ເຊິ່ງອົງປະກອບທັງ 3C ນັ້ນຄື Charm, Culture, Confidence ຜູ້ເຂົ້າປະກວດຈະໄດ້ເຂົ້າຮ່ວມກິດຈະກຳສົ່ງເສີມການທ່ອງທ່ຽວຜ່ານປະສົບການຈິງໃນຫຼາກຫຼາຍພື້ນທີ່ພ້ອມທັງຮ່ວມກິດຈະກຳຖ່າຍທອດວັດທະນາທຳ ພົບປະຜູ້ໃຫຍ່ ຝຶກຝົນທັກສະ ແລະຮຽນຮູ້ ການເປັນຕົວແທນທີ່ຊົງຄຸນຄ່າຂອງປະເທດລາ
PLATFORM OF OPPORTUNITY
Miss Tourism Laos ຄືເວທີປະກວດທີ່ຖືກສ້າງຂຶ້ນເພື່ອເປີດໂອກາດໃຫ້ແມ່ຍິງລາວ ຈາກທຸກແຂວງທົ່ວປະເທດ ໄດ້ສະແດງອອກເຖິງຄວາມສາມາດ ສະເໜ່ ແລະສັກກະຍະພາບໃນແບບຂອງຕົນເອງ ເທິງເວທີທີ່ສົ່ງເສີມການທ່ອງທ່ຽວ ວັດທະນາທຳ ແລະຄວາມພູມໃຈໃນບ້ານເກີດເຮົາເປັນ Platform ແຫ່ງໂອກາດ ທີ່ເປີດກ້ວາງຢ່າງເທົ່າທຽມ ໃຫ້ແມ່ຍິງທຸກຄົນໄດ້ມີພື້ນທີ່ໃນການກ້າສະແດງອອກ ພ້ອມທັງມີສ່ວນຮ່ວມໃນກິດຈະກຳລະດັບປະເທດ ບໍ່ວ່າຈະເປັນ ກິດຈະກຳເກັບຕົວໃນສະຖານທີ່ທ່ອງທ່ຽວທາງດ້ານວັດທະນາທຳ ກິດຈະກຳທາງດ້ານທຳມະຊາດ ຫຼື ການນຳສະເໜີ Unseen Laos ຜ່ານ VDO, ຮູບພາບ ແລະ Content ຕ່າງໆ ລະບົບຂອງເວທີນີ້ ຍັງສົ່ງຜົນໂດຍຕົງຕໍ່ການຂັບເຄື່ອນເສດຖະກິດໃນທ້ອງຖິ່ນ ເຊັ່ນ: ການສ້າງງານໃຫ້ກັບ Organizer ຊ່າງແຕ່ງໜ້າ ຊ່າງຜົມທີມສື່ສ້າງສັນ ລວມເຖິງຜູ້ປະກອບການໃນແຂວງເຈົ້າພາບການຈັດງານ Miss Tourism Laos ບໍ່ແມ່ນແຄ່ເວທີປະກວດນາງງາມ ແຕ່ເປັນເວທີທີ່ຍົກລະດັບສັກກະຍະພາບຂອງແມ່ຍິງລາວພ້ອມພັກດັນ Soft Power ຂອງປະເທດ ຜ່ານການທ່ອງທ່ຽວ ແລະວັດທະນາທຳ ໄປສູ່ສາຍຕາຊາວໂລກຢ່າງແທ້ຈິ
Miss Tourism Laos CSR















We are the Tourism Soft Power of Laos
Miss Tourism Laos ບໍ່ແມ່ນແຕ່ເປັນເວທີຄວາມງາມ ແຕ່ຄືພື້ນທີ່ແຫ່ງ Soft Power ດ້ານວັດທະນາທຳ ການທ່ອງທ່ຽວແລະສະຕຼີລາວ ທີ່ມຸ່ງຫວັງໃຫ້ແມ່ຍິງລາວໄດ້ເປັນກະບອກສຽງໃນການນຳສະເໜີສະເໜ່ບ້ານເກີດຢ່າງພາກພູມຈາກການຈັດປະກວດໃນທຸກພູມິພາກທົ່ວປະເທດ ເຮົາບໍ່ພຽງແຕ່ເຟັ້ນຫາສາວງາມເທົ່ານັ້ນ ແຕ່ຍັງຊ່ວຍກະຕຸ້ນ ການຈ້າງງານແລະ ກິດຈະກຳເສດຖະກິດໃນທ້ອງຖິ່ນ ອາທິ ທີມ Organiczer ,ຊ່າງແຕ່ງໜ້າ-ເຮັດຜົມ ,ຮ້ານ ດີໄຊເນີ້ ,ທຸລະກິດ SME ທີ່ກ່ຽວຂ້ອງກັບການຈັດງານ ແລະທຸກພາກສ່ວນເຫຼົ່ານີ້ມີບົດບາດແລະໄດ້ຮັບໂອກາດໃນການເຕີບໂຕໄປພ້ອມກັບເວທີຂອງເຮົາ
3C ຄືຫົວໃຈຂອງ Miss Tourism Laos
ເຮົາແນມຫາແມ່ຍິງລາວທີ່ມີອົງປະກອບ 3C 1.Charm (ສະເໜ່) ທີ່ເປັນເອກະລັກຂອງແມ່ຍິງລາວ 2. Culture (ວັດທະນາທຳ ) ທີ່ຢັ່ງຮາກເລິກຈາກບ້ານເກີດ 3. Confidence (ຄວາມໝັ້ນໃຈ) ທີ່ກ້າຄິດກ້າເຮັດ ແລະພ້ອມພັດທະນາ ຜູ້ທີ່ໂດດເດັ່ນເທິງເວທີນີ້ ຈະບໍ່ພຽງແຕ່ຄ້ວາຕຳແໜ່ງ ແຕ່ຍັງເປັນແຮງບັນດານໃຈໃຫ້ຄົນຮຸ່ນໃໝ່ ສົ່ງຕໍ່ພະລັງແຫ່ງການທ່ອງທ່ຽວລາວອອກໄປຍັງລະດັບນາໆຊາດ
Stop the Destruction, Start the Preservation
ໃນຂະນະທີ່ໂລກກຳລັງພົບກັບຄວາມເສື່ອມຖອຍທາງທຳມະຊາດແລະວັດທະນາທຳ Miss Tourism Laos ເລືອກໃຊ້ເວທີນີ້ເປັນ ເວທີຂອງການປຸລະດົມເຊິງບວກ ໂດຍສື່ສານຜ່ານການເວົ້າເທິງເວທີແລະກິດຈະກຳການທ່ອງທ່ຽວໃນແຕ່ລະປີ ດ້ວຍແຄມເປນ” ຮັກລາວ ຮັກໂລກ” ເພື່ອສົ່ງເສີມການອານຸລັກແຫຼ່ງທ່ອງທ່ຽວວັດທະນາທຳ ແລະທຳມະຊາດຂອງປະເທດລາວໃຫ້ຍັ້ງຍື່ນ
This is Miss Tourism Laos – The Pride of 18 Provinces
ຈາກຫຼາກຫຼາຍແຂວງ ສູ່ຫົວໃຈຂອງຊາດ ສາວງາມພຽງໜຶ່ງດຽວຈະໄດ້ເປັນຕົວແທນ Miss Tourism Laos ຜູ້ພ້ອມນຳພາຄວາມງາມຂອງລາວໄປສູ່ເວທີລະດັບພູມິພາກແລະລະດັບໂລກ
#VLOGMTL
Contact Us
Licensee: LINDA PHONPHILA
dmodeling9@gmail.com
Talent Appearance: LINDA PHONPHILA
dmodeling9@gmail.com
Sponsor & Brand Partnership: LINDA PHONPHILA
dmodeling9@gmail.com
TEL : +856 020 58 226 465